วันศุกร์ที่ 22 กรกฎาคม พ.ศ. 2559

ໝາກໂມອ່ອນສາລະພັດປະໂຫຍດ


  • ປະ​ໂຫຍ​ດຂອງມາກ​ໂມ​ອ່ອນ:
      ສາມາດ​ນຳ​ມາ​ຕົ້ມ​ຈືດ ​ແລະ ຕົ້ມ​ກິນ​ກັບ​ແຈ່ວ ຫຼື ປົ່ນ​ໄດ້​ທຸກ​ຊະນິດ ​ເພາະໝາກ​ໂມ​ອ່ອນອຸດົມ​ໄປ​ດ້ວຍ​ວິຕາມິນ​ເຊ ​ແລະ ຟົດ​ສະ​ຟາ​ດ ​ເໝາ​ະ​ເປັນ​ອາຫານຫຼຸດຄວາມ​ອ້ວນ ​ເພາະ​ໃຫ້​ພະລັງງານ​ຕໍ່າ​ສານ​ອາຫານ​ທີ່​ຂ້ອນ​ຂ້າງໜ້ອຍ ​ແຕ່​ລົດ​ຊາດ​ທີ່​ເຢັນ​ຂອງໝາກ​ໂມ​ກໍຊ່ວຍ​ໃນ​ເລື່ອງ​ລະບົບ​ຂັບ​ຖ່າຍ ​ແລະ ລະບົບ​ຍ່ອຍ​ອາຫານ​ແຖມ​ຍັງ​ມີ​ຄຸນຄ່າ​ທາງ​ສະໝຸນ​ໄພ​ອີກ​ດ້ວຍ​ເຊັ່ນ: ຮາກ​ມີ​ນໍ້າ​ຢາງ​ໃຊ້​ກິນ​ແກ້​ອາການ​ຕົກ​ເລືອດ​ຂອງ​ແມ່ຍິງ​ລຸ​ລູກ,​ ໃບ​ໃຊ້​ຊົງ​ເປັນ​ຢາຫຼຸດ​ໄຂ້​, ໝາກມີ​ຄຸນສົມບັດ​ເປັນ​ຢາ​ເຢັນ ຊ່ວຍ​ລະບາຍ​ຂັບ​ປັດ​ສະວະ, ຊ່ວຍ​ຍ່ອຍ​ອາຫານ,​ ແກ້​ເບົາຫວານ ​ແລະ ດີ​ຊາງ, ​ເມັດ​ມີ​ໂປຣຕີນ​ສູງ​ຊ່ວຍ​ບຳລຸ​ງຮ່າງກາຍ, ປອດ ​ແລະ ສະໝອງ.


  • ສັບພະ​ຄຸນ​ຂອງໝາກ​ໂມ​ອ່ອນ: 
​      ໃຊ້​ເປັນ​ຢາສະໝຸນ​ໄພ​ເພາະ​ມີ​ສານ Citrulline ​ແກ້ຖອນ​ພິດ​ເຫຼົ້າ ​ແລະ ​ແກ້​ອາການ​ຢາກ​ນໍ້າ ​ລວມທັງ​ແກ້​ຮ້ອນ​ໃນ ສ່ວນ​ເມັດ​ເປັນ​ຢາ​ເຢັນ ​ແລະ ​ແກ້​ປັດ​ສະວະ, ນອກຈາກ​ນີ້ ​ຍັງ​ເຊື່ອ​ວ່າການ​ກິນໝາກ​ໂມ​ແມ່ນ​ຊ່ວຍ​ບຳລຸງ​ກຳລັງ​,​ ເປືອກ​ນຳ​ໄປ​ຕົ້ມ​ກັບ​ນໍ້າຕານ​ດື່ມ​ແກ້​ອາການ​ເຈັບຄໍ ຫຼື ຈະ​ນຳ​ໄປ​ປິ້ງ​ໄຟ​ແລ້ວ​ບົດ​ເປັນ​ຜົງ​ທາ​ບາດ​ແຜ​ໃນ​ປາກ, ​ເມັດ​ເປັນ​ຢາ​ເຢັນ​ແກ້​ຂັບ​ປັດ​ສະວະ ບຳລຸງ​ຮ່າງກາຍ ​ແລະ ​ເປັນ​ຢາ​ລະບາຍ​ອ່ອນໆ ສ່ວນ​ຄຸນຄ່າ​ທາງ​ອາຫານ​ນັ້ນໝາກ​ໂມ​ອ່ອນ 100 ກຣາມ​ໃຫ້​ພະລັງງານ 11 ກິ​ໂລ​ແຄ​ລໍຣີ ປະກອບ​ດ້ວຍ​ໂປຣຕີນ 0,4 ກຣາມ, ​ໄຂມັນ 0,1 ກຣາມ, ຄາໂບ​ໄຮ​ເດຣດ 2,2 ກຣາມ, ​ແຄລຊຽມ 2 ມີລີກຣາມ, ທາດ​ເຫຼັກ 0,4 ມິນ​ລີກຣາມ, ວິຕາມິນ​ບີ 1 ​ແລະ  ບີ 2 ມີ 0,03 ມີ​ລີກຣາມ, ​ໄນ​ອາ​ຊິນ 0,3 ມີລີກຣາມ ​ແລະ ວິຕາມິນ​ເຊ 28 ມີລີກຣາມ.

วันพฤหัสบดีที่ 14 กรกฎาคม พ.ศ. 2559

ຜິວ​ດີ​ຂຶ້ນ​ໄດ້​ດ້ວຍ​ໝາກ­ກ້ວຍ

      ໝາກ­ກ້ວຍ​ບໍ່​ວ່າ​ຈະ​ເປັນ​ກ້ວຍ​ຫອມ ຫຼື ກ້ວຍ   ນ້ຳ​ລ້ວນ​ໃຫ້​ຄຸນ­ຄ່າ​ດ້ານ​ສຸ­ຂະ­ພາບ​ກັບ​ຄົນ​ເຮົາ​ທັງ  ນັ້ນ ຈະ​ຮັບ
​ປະ­ທານກໍ​ໄດ້​ຈະ​ເອົາ​ມາ​ເສີມ​ຄວາມ​ງາມກໍ​ດີ ສຳ­ລັບ​ຄົນ​ທີ່​ມີ​ບັນ­ຫາ​ຜິວ ແລະ ຜົມ​ແຫ້ງ​ໝາກ­ກ້ວຍ​ເປັນ​ອີກ​ທາງ​
ເລືອກ​ໜຶ່ງ​ໃນ​ການແກ້​ໄຂ​ບັນ­ຫາ​ນີ້​ໄດ້​ເປັນ­ຕົ້ນ​ແມ່ນ: ສຳ­ລັບ​ຄົນ​ຜິວ​ແຫ້ງ​ໝາກ­ກ້ວຍ​ຊ່ວຍ​ບຳ­ລຸງ​ເຮັດ​ໃຫ້​ຜິວ​ຊຸ່ມ​ຊື່ນ
​ໄດ້ເພາະ­ວ່າ​ໂປຣ​ຕີນແລະ ໄຂ­ມັນ​ຕາມ​ທຳ​ມະ​ຊາດ​ທີ່­ຢູ່​ໃນ​ໝາກ­ກ້ວຍ​ຈະຊ່ວຍ​ຫຼຸດ​ຮອຍ​ແຫ່ວ​ຍານ​ຂອງ​ຜິວ­ໜັງ​ໄດ້,
ສ່ວນ ຄົນ​ທີ່​ມີ​ບັນ­ຫາ​ຜົມ​ແຫ້ງ, ໜັງ​ຫົວ​ແຫ້ງ​ໝາກ­ກ້ວຍ​ກໍ​ຈະ​ເພີ່ມ​ຄວາມ​ເງົາ​ງາມ​ເຮັດ​ໃຫ້​ຜົມ​ມີ​ນ້ຳ­ໜັກ​ດີ​ຂຶ້ນ
ໄດ້​ດ້ວຍ​ວິ­ທີ​ດັ່ງ​ຕໍ່​ໄປ​ນີ້:

• ວິ­ທີ​ເຮັດ​ຄຣີມ​ໝັກ​ຜົມ: ໝາກ­ກ້ວຍ​ສຸກ 1 ໜ່ວຍ ແລະ ນ້ຳ­ມັນ​ໝາກ­ກອກ 1 ບ່ວງ​ແກງ ນຳ​ມາ​ປະ­ສົມ​ກັນ
​ແລ້ວ​ບົດໃຫ້​ລະ­ອຽດ ຈາກ​ນັ້ນ ນຳ​ສ່ວນ​ປະ­ສົມ​ທີ່​ໄດ້​ມາ​ໝັກ​ຜົມ​ປະ​ໄວ້​ປະ­ມານ 15-30 ນາ­ທີ ແລ້ວ​ລ້າງ​ອອກ​ດ້ວຍ
​ນ້ຳ​ອຸ່ນ ຈາກ​ນັ້ນ​ກໍ​ສະ​ຜົມ​ດ້ວຍ​ຢາ­ສະ­ຜົມ​ຕາມ​ປົກ­ກະ­ຕິ​ຄວນ​ປະ­ຕິ­ບັດ 2 ຄັ້ງ​ຕໍ່​ອາ­ທິດ ເພື່ອ​ຈະ​ຊ່ວຍ​ໃຫ້​ຜົມ​ນຸ່ມ ແລະ
ເງົາ​ງາມ​ຂຶ້ນ.

• ວິ­ທີ​ເຮັດ​ຄຣີມ​ທາ​ຜິວ: ໝາກ­ກ້ວຍ​ສຸກ 1 ໜ່ວຍ, ນ້ຳ­ເຜິ້ງ 1 ບ່ວງ​ແກງ, ໄຂ່​ຂາວ 1 ໜ່ວຍ ແລະ ໂຢ​ເກິດ (ລົດ​ທຳ​ມະ
​ຊາດ) 1 ບ່ວງ​ແກງ, ຕີ​ໄຂ່​ຂາວ​ເທ​ໂຢ​ເກິດ ແລະ ນ້ຳ­ເຜິ້ງ ລົງ​ໄປ​ຄົນ​ໃຫ້​ເຂົ້າ­ກັນ​ຈົນ​ກາຍ­ເປັນ​ອັນ​ດຽວ ຈາກ​ນັ້ນ​ບົດ​ກ້ວຍ
ໃຫ້​ລະ­ອຽດ​ແລ້ວ​ນຳ​ເອົາໄຂ່, ໂຢ​ເກິດ ແລະ ນ້ຳ­ເຜິ້ງ ທີ່​ຄົນ​ເຂົ້າ­ກັນ​ໄວ້​ນັ້ນ​ນຳ​ມາ​ປະ­ສົມ​ກັນ​ເມື່ອ​ໄດ້​ສ່ວນ ປະ­ສົມ​ແລ້ວ​ໃຫ້
​ທ່ານ​ລ້າງ​ໜ້າ​ໃຫ້​ສະ
 ອາດ​ທາ​ສ່ວນ​ປະ­ສົມ​ລົງ​ໃບ​ໜ້າ, ຄໍ ແລະ ບ່າ​ແລ້ວ​ນວດ​ຄ່ອຍໆ ປະ​ໄວ້​ປະ­ມານ 15 ນາ­ທີ ຈາກ​ນັ້ນ ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ​
ຄວນ​ຈະ​ເຮັດ​ເປັນ​ປະ­ຈຳ​ອາ­ທິດ​ລະ 3-4 ຄັ້ງ ຈະ​ເຮັດ​ໃຫ້​ຜິວ​ນຸ່ມ​ຊຸ່ມ​ຊື່ນ ແລະ ສົດ­ໃສ.

ສູດນ້ຳໝາກນາວລົດຄວາມອ້ວນ

      ໝາກນາວເປັນພືດໃກ້ຕົວຊະນິດໜຶ່ງທີ່ຫາງ່າຍແລະປູກເອງກໍ່ໄດ້ ນອກຈາກໝາກນາວຈະມີວິຕາມິນຊີ ແລ້ວ ຍັງມີສັບພະຄຸນຊ່ວຍຫຼຸດໄຂມັນໃນເລືອດ ແລະ ລົດຄວາມອ້ວນອີກດ້ວຍ

     ວິທີເຮັດສູດນ້ຳໝາກນາວ
1, ໝາກນາວ 1 ລູກ
2, ນ້ຳຕານຊາຍແດງ ຫຼື ນ້ຳເຜິ້ງ 2 ບ່ວງ
3, ເກືອປະມານປາຍບ່ວງ
4, ນ້ຳອຸ່ນ 200 ຊີຊີ
      ນຳນ້ຳຕານ ແລະ ເກືອໃສ່ນ້ຳອຸ່ນທີ່ຕຽມໄວ້ ຄົນຈົນລະລາຍ ປະໄວ້ໃຫ້ນ້ຳເຢັນລົງ ແລ້ວຈຶ່ງນ້ຳໝາກນາວນັ້ນລົງໄປ ດື່ມໃຫ້ໝົດ.
      ຖ້າໃຫ້ດີຄວນດື່ມກ່ອນນອນປະມານ 15-20 ນາທີ ຈະເຮັດໃຫ້ໄດ້ປະໂຫຍດຫຼາຍຂຶ້ນ.

วันพุธที่ 13 กรกฎาคม พ.ศ. 2559

ຜັກບຳລຸງສາຍຕາສຳລັບຄົນມັກແຊັດ

ັກບຳລຸງສາຍຕາສຳລັບຄົນມັກແຊັດ

         ການມີສຸຂະພາບຕາທີ່ດີໄດ້ບໍ່ຍາກພຽງແຕ່ໝັ່ນ ຖະໜອມໃຫ້ຖືກວິທີ ແລະ ບໍາລຸງດ້ວຍ “ຜັກທີ່ອຸດົມໄປດ້ວຍວິຕາມິນເອ” ຫາງ່າຍລາຄາບໍ່ແພງກິນເປັນປະຈໍາຈະ ເຮັດໃຫ້ຕາ ແຈ້ງດີບັນຫາທາງດ້ານສາຍຕາແມ່ນ ມັກພົບຫຼາຍຂຶ້ນໃນທຸກເພດທຸກໄວໂດຍສະເພາະ ນັກຮຽນນັກສຶກສາ,ພະນັກງານທີ່ຕ້ອງຢູ່ໜ້າ ຄອມພີວເຕີ ຫຼື ເບິ່ງໂທລະພາບ ເປັນເວລາດົນ ໃຊ້ສາຍ ຕາອ່ານໜັງສືຂະນະແສງບໍ່ພຽງພໍ ລວມເຖິງ ແສງແດດ ແລະລົມ ລ້ວນເປັນປັດໃຈເຮັດໃຫ້ດວງຕາເສື່ອມເສຍກ່ອນໄວ ດັ່ງນັ້ນ ໃນແຕ່ລະວັນຈຶ່ງຄວນໝັ່ນຖະໜອມ ເພື່ອຍືດອາຍຸການໃຊ້ໃຫ້ດົນທີ່ສຸດ ເລີ່ມງ່າຍໆດ້ວຍການກິນຜັກທີ່ຊ່ວຍບໍາລຸງສາຍຕາທີ່ອຸດົມໄປດ້ວຍວິຕາມິນເອດັ່ງນີ້:

1    ຜັກບົ້ງແກ້ຕາຟາງ ຫຼື ຕາບອດກາງຄືນ ຫຼຸດອາການການປວດກະບອກຕາໃນກໍລະນີທີ່ໃຊ້ສາຍຕາຫຼາຍ ແລະຊ່ວຍບັນເທົາຕາແຫ້ງ

2    ກະຫຼົດ ມີຫຼາຍສີເຊັ່ນ: ເຫຼືອງ, ມ້ວງ ແລະ ສົ້ມ ແຕ່ນິຍົມຮັບປະທານແຕ່ສີສົ້ມບໍາລຸງສາຍຕາ ຊ່ວຍເພີ່ມປະສິດທິພາບການ ເບິ່ງເຫັນໃນເວລາກາງຄືນ ຫຼືໃນເວລາແສງສະຫວ່າງໜ້ອຍ

3    ໝາກອຶ ຊ່ວຍໃນການເບິ່ງເຫັນ ຊ່ວຍໃນການປ້ອງກັນຕາແຫ້ງ ແລະແກ້ວຕາເປັນບາດ

4    ຜັກກາດນາ ແມ່ນມີ Lulin ສູງໂດຍຜົນການວິໄຈໃນຕ່າງປະເທດພົບວ່າ ຮັບປະທານເປັນປະຈໍາຈະຫຼຸດຜ່ອນຄວາມສ່ຽງ ຂອງການເກີດໂຣດຕໍ້ແກ້ວຕາໄດ້ເຖີງ 20%

5    ຜັກຕໍານິນ ມີ Carotene ແລະ Caroline Patapsco ທີ່ຮ່າງກາຍຈະປ່ຽນເປັນວິຕາມິນເອ ແກ້ພະຍາດຕາມົວຕອນກາງຄືນ.

ຄຸນປະໂຫຍດຂອງດອກດາວເຮືອງ


ຫຼາຍໆທ່ານອາດຈະຄິດວ່າດອກດາວເຮືອງເປັນພຽງ ດອກໄມ້ທີ່ໃຫ້ຄວາມສວຍງາມ, ເອົາໄວ້ສຳລັບບູຊາ  ແລະປະດັບເອ້ຕ່າງໆແຕ່ທ່ານຮູ້ບໍ່ວ່າຄຸນປະໂຫຍດ ຂອງດອກດາວເຮືອງຍັງສາມາດນຳມາເຮັດເປັນ ຊາດື່ມ,ປຸງແຕ່ງອາຫານແລະເປັນຢາຮັກສາພະຍາດ ບາງຊະນິດໄດ້ອີກດ້ວຍຂັ້ນຕອນໃນການນຳດອກ ດາວເຮືອງມາຜະລິດເປັນຊາຊົງດື່ມ: ນຳດອກດາວ ເຮືອງມາລ້າງໃຫ້ ສະອາດ,ນຳໄປຕາກແດດໃຫ້ແຫ້ງ, ນຳມາຂົ້ວ ຫຼື ອົບ ແຫ້ງເພື່ອສາມາດເກັບໄວ້ໄດ້ດົນ, ມ້ຽນໃສ່ຂວດແກ້ວຫຼືກະປຸກແລ້ວປິດຝາໃຫ້ແໜ້ນໆ.

* ວິທີການຊົງດື່ມ: ນຳດອກດາວເຮືອງແຫ້ງປະມານ 1-2 ດອກ ຫຼື ພໍຍຸບມືໃສ່ໃນຈອກນ້ຳແລ້ວເທນ້ຳຮ້ອນທີ່ກຽມພ້ອມໄວ້ສຳລັງຊົງຊາເທລົງໄປ, ປະໄວ້ປະມານ 15-20 ນາທີໃຫ້ຄຸນປະໂຫຍດຂອງດອກດາວເຮືອງລະລາຍອອກມາຈື່ງດື່ມ,ເຊີ່ງຄຸນປະໂຫຍດຕາມຕຳລາຢາ: ດອກດາວເຮືອງສາມາດບຳລຸງສາຍຕາໄດ້ດີ, ຟອກເລືອດ, ລະລາຍຂີ້ກະເທິະ, ຂັບລົມ, ແກ້ຮ້ອນໃນ, ເຕົ້ານົມອັກເສບ, ແກ້ອາການເຈັບຫົວ, ນອກຈາກນັ້ນກໍ່ຍັງແກ້ໄອແລະໄຂ້ຫວັດນຳອີກ.ພິເສດໄປກວ່ານັ້ນ ຍັງສາມາດນຳມາເປັນອາຫານໃນຄົວເຮືອນໄດ້ອີກ ໂດຍໃຊ້ດອກດາວເຮືອງທີ່ກຳລັງຈູມນຳມາລວກຈ້ຳແຈ່ວ, ດອກບານນຳມາຂົ້ວປະສົມກັບຊີ້ນສັດ ຫຼື່ ຈຸ່ມແປ້ງແລ້ວຈືນ ທ່ານກໍ່ຈະໄດ້ອາຫານຫວ່າງຈານເດັດທີ່ມີປະໂຫຍດຕໍ່ຮ່າງກາຍ ແລະ ແຊບໄປອີກແບບ.

ໃຊ້ຄອມພິວເຕີຢ່າງໃດຈຶ່ງບໍ່ແພ້ຕໍ່ສາຍຕາ

ປະຈຸບັນນີ້ການນຳໃຊ້ຄອມພິວເຕີເປັນສິ່ງໜຶ່ງທີ່ ຈຳເປັນໃນຊິວິດປະຈຳວັນຂອງຄົນເຮົາເພາະການ ປະຕິບັດວຽກງານຕ່າງໆແມ່ນນຳໃຊ້ຄອມພິວເຕີ ເພື່ອປະກອບເຂົ້າໃນການເຮັດວຽກງານແລະ ເກັບຂໍ້ມູນຕ່າງໆ ດັ່ງນັ້ນເຮົາຈະນຳໃຊ້ຄອມພິວເຕີທີ່ບໍ່ເປັນອັນຕະ ລາຍຕໍ່ຕົນເອງແມ່ນຄວນປະຕິບັດດັ່ງນີ້:

1 ໃຊ້ຄອມພິວເຕີ 1-2 ຊົ່ວໂມງ ແລ້ວຄວນພັກ 10-15 ນາທີໂດຍການຫຼັບຕາ, ຫຼຽວເບິ່ງຕົ້ນໄມ້ໃບຫຍ້າບໍລິຫານສາຍ ຕາດ້ວຍການເຫຼືອກຕາເປັນວົງມົນ 5-6 ຮອບ, ໃຊ້ນີ້ວນາງແຕະ ຫົວຕາແຕ່ລະຂ້າງແລ້ວບີບເປັນຈຸດໆ 1-2 ນາທີ.

2 ຕັ້ງຈໍຄອມພິວເຕີ ຫ່າງຈາກສາຍຕາປະມານ 50-60 ຊັງຕີແມັດ, ລະດັບຕໍ່າກວ່າສາຍຕາເລັກນ້ອຍ ເພື່ອຫຼຸດການລວມເປັນຈຸດ ຂອງແສງ, ສ່ວນຄວາມແຈ້ງສະຫວ່າງຄວນໃຫ້ປະມານ 3ເທົ່າ ຂອງແສງແວດລ້ອມໃນບໍລິເວນທີ່ໃຊ້ຄອມພິວເຕີຢູ່.

3 ຈັດທ່ານັ່ງໃຫ້ຖືກຕ້ອງເຊັ່ນ: ເວລາພິມ ສອກ ແລະ ແປ້ນພິມຕ້ອງຢູ່ໃນລະດັບດຽວກັນ, ຂາສອງຂ້າງວາງລຽບກັບພື້ນ, ນັ່ງໂຕຊື່, ຢ່າເຮັດ ໃຫ້ຂໍ້ມືກົ່ງໂຄ້ງຜິດປົກກະຕິ.

4 ຄວນເຄື່ອນເໜັງຮ່າງກາຍເປັນໄລຍະໆເຊັ່ນ: ກຳມື ແລ້ວປ່ອຍມື, ນວດບ່າ, ຄໍ, ຢືດແຂນ ແລະ ລຸກຂຶ້ນຢືນເໜັງໂຕໄປມາເປັນໄລຍະໆ.

5 ໝັ່ນອານາໄມປັດຂີ້ຝຸ່ນ, ຮັກສາຄວາມສະອາດຂອງຄອມພິມເຕີ ເພື່ອຫຼຸດຜ່ອນການສະສົມຂອງເຊື້ອພະຍາດ.

ຮັກສາສິວດ້ວຍໝາກເລັ່ນ

ຮັກສາສິວດ້ວຍໝາກເລັ່ນ

ໝາກເລັ່ນຮັກສາສິວ … ສູດທຳມະຊາດ!! ວິທີຮັກສາສິວ ດ້ວຍວິທີທຳມະຊາດໃນການໃຊ້ຫມາກເລັ່ນຮັກສາສິວ ເຊິ່ງຫມາກເລັ່ນເປັນສິ່ງທີ່ສາມາດຊື້ໄດ້ງ່າຍ ຕາມທ້ອງຕະ ຫລາດທົ່ວໄປ ການຮັກສາສິວດ້ວຍຫມາກເລັ່ນສາມາດ ເຮັດເອງໄດ້ງ່າຍໆຢູ່ບ້ານ ບໍ່ເປັນອະຕະລາຍ ເນື່ອງຈາກໃຊ້ວັດຖຸດິບທີ່ໄດ້ຈາກທຳມະຊາດລ້ວນໆ  ໃນໝາກເລັ່ນນັ້ນຈະມີສານຕໍ່ຕ້ານອະນູມູນອິດສະຫຼະຢູ່ ນອກຈາກນັ້ນໝາກເລັ່ນຍັງອຸດົມໄປດ້ວຍ ວິຕາມິນຊີ ແລະ ວິຕາມິນເອ ຮວມໄປເຖິງຫມາກເລັ່ນຈະມີລິດເປັນກົດ ອ່ອນໆເຮັດໃຫ້ສາມາດຊ່ອຍ ຮັກສາສິວໄດ້.

#ຂັ້ນຕອນ: ໃນການນຳໝາກເລັ່ນມາຮັກສາສິວແມ່ນບົດຫມາກເລັ່ນ 1 ຫນ່ອຍໃຫ້ຫມຸ່ນ ຈາກນັ້ນນໍາຫມາກເລັ່ນທີ່ບົດແລ້ວມາພອກຫນ້າທົ່ວບໍລິເວນໃບໜ້າ ຈາກນັ້ນປະໄວ້ປະມານ 1 ຊົ່ວໂມງ ແລ້ວລ້າງອອກດ້ວຍນ້ຳອຸ່ນ ຈາກນັ້ນເຊັດຫນ້າໃຫ້ແຫ້ງເຮັດແບບນີ້ຕໍ່ເນື່ອງກັນປະມານ 1 ອາທິດ ຈະຊ່ອຍແກ້ສິວໄດ້. ອີກວິທີໜຶ່ງແມ່ນນໍາເອົານໍ້າຫມາກເລັ່ນປະມານ 1 ບ່ວງແກງ ປະສົມກັບນໍ້າຫມາກນາວປະມານ 2–4 ຢອດ ຈາກນັ້ນໃຊ້ສໍາລີກ້ອນຈຸບສ່ວນປະສົມດັ່ງກ່າວແລ້ວທາ ແລະຂັດໄປທົ່ວທັງໃບຫນ້າ ປະໄວ້ປະມານ 15 ນາທີ ຈາກນັ້ນໃຫ້ລ້າງອອກດ້ວຍນໍ້າອຸ່ນ, ວິທີນີ້ແມ່ນການກະຊັບຮູຂຸມຂົນໃຫ້ນ້ອຍລົງ. ສຳລັບສູດພອກຫນ້າດ້ວຍຫມາກເລັ່ນ ແລະອາໂວກາໂດ້ ວິທີເຮັດແມ່ນ ບົດຫມາກເລັ່ນກັບອາໂວກາໂດ້ໃຫ້ເຂົ້າກັນ ຈາກນັ້ນນຳໄປທາ ໃຫ້ທົ່ວໃບຫນ້າ ປະໄວ້ປະມານ 20 ນາທີ ຈາກນັ້ນລ້າງອອກດ້ວຍນ້ຳອຸ່ນ ຫລືນ້ຳເຢັນກໍໄດ້ ເຊັດຫນ້າໃຫ້ແຫ້ງເປັນອັນສຳເລັດຮຽບຮ້ອຍ. ລົດຄວາມມັນຂອງໃບຫນ້າ ໂດຍການຜ່າຫມາກເລັ່ນເຄິ່ງຫນ່ວຍ ຈາກນັ້ນນຳຫມາກເລັ່ນສົດໆທາໃຫ້ທົ່ວຫນ້າ ໂດຍສະເພາະບໍລິເວນທີ່ເກີດສິວ ຫລືບໍລິເວນທີ່ຫນ້າມັນໆ ຈາກນັ້ນລ້າງຫນ້າໃຫ້ສະອາດດ້ວຍນ້ຳອຸ່ນ ແລະເຊັດຫນ້າໃຫ້ແຫ້ງ. ສູດຮັກສາສິວດ້ວຍຫມາກເລັ່ນ ແລະຫມາກແຕງ ນຳຫມາກແຕງມາ 1 ຫນ່ວຍ ຈາກນັ້ນນຳໄປຊອຍບາງໆ ແລະຝັກໃຫ້ຫມຸ່ນ ຄັ້ນເອົາແຕ່ນ້ຳຫມາກແຕງແລ້ວກໍຕອງແຍກໃສ່ຖ້ວຍເອົາໄວ້ ຈາກນັ້ນນຳຫມາກເລັ່ນມາ 1 ຫນ່ວຍຊອຍໃຫ່ຫມຸ່ນ ແລ້້້ວຄັ້ນເອົາແຕ່ນ້ຳເຊັ່ນກັນ ນຳນ້ຳຫມາກແຕງ ແລະນໍ້າຫມາກເລັ່ນມາປະສົມໃຫ້ເຂົ້າກັນ ຈາກນັ້ນໃຊ້ສຳລີກ້ອນຈຸ່ມທາ ແລະ ຂັດໃຫ້ທົ່ວໃບຫນ້າ ແລ້ວລ້າງອອກເຊັດຫນ້າໃຫ້ແຫ້ງ ສູດພອກຫນ້າດ້ວຍຫມາກເລັ່ນ ແລະໂຍເກິດ ຊອຍຫມາກເລັ່ນມາເຄິ່ງຫນ່ວຍ ຈາກນັ້ນຝັກໃຫ້ຫມຸ່ນແລ້ວນຳໄປປະສົມກັບໂຍເກິດປະມານ 2 ບ່ວງແກງ ທາໃຫ້ທົ່ວໃບຫນ້າປະໄວ້ປະມານ 20 ນາທີ ຈາກນັ້ນລ້າງອອກດ້ວຍນ້ຳອຸ່ນ. ການຮັກສາສິວທຳມະຊາດ ນອກຈາກຫມາກເລັ່ນທີ່ສາມາດຊ່ອຍຮັກສາສິວໄດ້ແລ້ວ ຍັງມີພືດສະຫມຸນໄພຫຼາຍຊະນິດ ທີ່ສາມາດນຳມາແກ້ສິວ, ຫລຸດສິວໄດ້ເຊັ່ນ: ກະທຽມ, ຫົວຜັກບົ່ວແດງ ຂີ້ໝິ້ນຮັກສາສິວ ແລະຫມາກແຕງຮັກສາສິວ ກໍເປັນອີກທາງເລືອກໜຶ່ງໃນການຮັກສາສິວ.