ໝາກກ້ວຍບໍ່ວ່າຈະເປັນກ້ວຍຫອມ ຫຼື ກ້ວຍ ນ້ຳລ້ວນໃຫ້ຄຸນຄ່າດ້ານສຸຂະພາບກັບຄົນເຮົາທັງ ນັ້ນ ຈະຮັບ ປະທານກໍໄດ້ຈະເອົາມາເສີມຄວາມງາມກໍດີ ສຳລັບຄົນທີ່ມີບັນຫາຜິວ ແລະ ຜົມແຫ້ງໝາກກ້ວຍເປັນອີກທາງ ເລືອກໜຶ່ງໃນການແກ້ໄຂບັນຫານີ້ໄດ້ເປັນຕົ້ນແມ່ນ: ສຳລັບຄົນຜິວແຫ້ງໝາກກ້ວຍຊ່ວຍບຳລຸງເຮັດໃຫ້ຜິວຊຸ່ມຊື່ນ ໄດ້ເພາະວ່າໂປຣຕີນແລະ ໄຂມັນຕາມທຳມະຊາດທີ່ຢູ່ໃນໝາກກ້ວຍຈະຊ່ວຍຫຼຸດຮອຍແຫ່ວຍານຂອງຜິວໜັງໄດ້, ສ່ວນ ຄົນທີ່ມີບັນຫາຜົມແຫ້ງ, ໜັງຫົວແຫ້ງໝາກກ້ວຍກໍຈະເພີ່ມຄວາມເງົາງາມເຮັດໃຫ້ຜົມມີນ້ຳໜັກດີຂຶ້ນ ໄດ້ດ້ວຍວິທີດັ່ງຕໍ່ໄປນີ້: • ວິທີເຮັດຄຣີມໝັກຜົມ: ໝາກກ້ວຍສຸກ 1 ໜ່ວຍ ແລະ ນ້ຳມັນໝາກກອກ 1 ບ່ວງແກງ ນຳມາປະສົມກັນ ແລ້ວບົດໃຫ້ລະອຽດ ຈາກນັ້ນ ນຳສ່ວນປະສົມທີ່ໄດ້ມາໝັກຜົມປະໄວ້ປະມານ 15-30 ນາທີ ແລ້ວລ້າງອອກດ້ວຍ ນ້ຳອຸ່ນ ຈາກນັ້ນກໍສະຜົມດ້ວຍຢາສະຜົມຕາມປົກກະຕິຄວນປະຕິບັດ 2 ຄັ້ງຕໍ່ອາທິດ ເພື່ອຈະຊ່ວຍໃຫ້ຜົມນຸ່ມ ແລະ ເງົາງາມຂຶ້ນ. • ວິທີເຮັດຄຣີມທາຜິວ: ໝາກກ້ວຍສຸກ 1 ໜ່ວຍ, ນ້ຳເຜິ້ງ 1 ບ່ວງແກງ, ໄຂ່ຂາວ 1 ໜ່ວຍ ແລະ ໂຢເກິດ (ລົດທຳມະ ຊາດ) 1 ບ່ວງແກງ, ຕີໄຂ່ຂາວເທໂຢເກິດ ແລະ ນ້ຳເຜິ້ງ ລົງໄປຄົນໃຫ້ເຂົ້າກັນຈົນກາຍເປັນອັນດຽວ ຈາກນັ້ນບົດກ້ວຍ ໃຫ້ລະອຽດແລ້ວນຳເອົາໄຂ່, ໂຢເກິດ ແລະ ນ້ຳເຜິ້ງ ທີ່ຄົນເຂົ້າກັນໄວ້ນັ້ນນຳມາປະສົມກັນເມື່ອໄດ້ສ່ວນ ປະສົມແລ້ວໃຫ້ ທ່ານລ້າງໜ້າໃຫ້ສະ ອາດທາສ່ວນປະສົມລົງໃບໜ້າ, ຄໍ ແລະ ບ່າແລ້ວນວດຄ່ອຍໆ ປະໄວ້ປະມານ 15 ນາທີ ຈາກນັ້ນ ລ້າງອອກດ້ວຍນ້ຳອຸ່ນ ຄວນຈະເຮັດເປັນປະຈຳອາທິດລະ 3-4 ຄັ້ງ ຈະເຮັດໃຫ້ຜິວນຸ່ມຊຸ່ມຊື່ນ ແລະ ສົດໃສ. |
วันพฤหัสบดีที่ 14 กรกฎาคม พ.ศ. 2559
ຜິວດີຂຶ້ນໄດ້ດ້ວຍໝາກກ້ວຍ
สมัครสมาชิก:
ส่งความคิดเห็น (Atom)
ไม่มีความคิดเห็น:
แสดงความคิดเห็น